ກອງປະຊຸມພົບປະທາງໄກ ລະຫວ່າງ ປະທານ ສນຊ ແລະ ປະທານແນວລາວສ້າງຊາດ 4 ແຂວງພາກເໜືອ




ກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ປະທານແນວລາວສ້າງຊາດ 4 ແຂວງພາກເໜືອ: ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ; ສໍາລັບແຂວງບໍ່ແກ້ວ ສູນດາວັນ ບົວລິວົງ, ທ່ານ ຄໍາດີ ສີປະເສີດ ເຂົ້າຮ່ວມ, ມີປະທານ-ຮອງປະທານແນວລາວສ້າງຊາດ 4 ແຂວງ, ບັນດາທ່ານຫົວໜ້າກົມ, ຫ້ອງການ, ສູນຝຶກອົບຮົມ ສນຊ ແລະ ຂະແໜງການ ຕ່າງໆ ຂອງແນວລາວສ້າງຊາດ 4 ແຂວງດັ່ງກ່າວ ເຂົ້າຮ່ວມ ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2021 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ);




ປະທານແນວລາວສ້າງຊາດ 4 ແຂວງພາກເໜືອ ໄດ້ຜ່ານບົດລາຍງານຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດຂອງຕົນໃນໄລຍະ 6 ເດືອນຕົ້ນປີ 2021 ຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍຫຍໍ້ ຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີຈຳນວນໜຶ່ງ. ພ້ອມກັນນັ້ນ, ບັນດາຫົວໜ້າກົມ, ຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ປະກອບຄຳຄິດຄຳເຫັນເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານແຕ່ລະດ້ານເຊິ່ງກັນ ແລະກັນ.




ທ່ານ ປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງບັນດາແຂວງ ພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການກະກຽມການດຳເນີນກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ທ່ານ ຍັງໄດ້ເນັ້ນຕື່ມວ່າ ໃຫ້ສ້າງການຫັນປ່ຽນໃນວຽກງານແນວໂຮມເປັນຕົ້ນ: ແມ່ນຕ້ອງສ້າງຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານແນວໂຮມໃນໄລຍະໃໝ່ ໃຫ້ເລິກເຊິ່ງ, ຍົກສູງຄຸນນະພາບການເຄື່ອນໄຫວວຽກງານແນວລາວສ້າງຊາດແຕ່ຂັ້ນ ຊຶ່ງຕ້ອງເລັ່ງໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂຂອດທີ່ຍັງຫຍຸ້ງຍາກ ແລະ ຂໍ້ຄົງຄ້າງເປັນຕົ້ນຕໍ; ປັບປຸງຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ແລະ ປັບປຸງລູລະນະຮູບການຮ່ວມມື ລະຫວ່າງອົງການພາຄີດ້ວຍກັນ ໃນການເຄື່ອນໄຫວວຽກງານມະຫາຊົນຕາມທິດລວງດຽວກັນ ເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດ ມີບາດກ້າວໃໝ່ເລື້ອຍໆ.
ພາບ-ຂ່າວ: ສົມຈັນ ແຊ່ລີ




ความคิดเห็น