
ກອງປະຊຸມພົບປະທາງໄກ ລະຫວ່າງ ປະທານ ສນຊ ແລະ ປະທານແນວລາວສ້າງຊາດ 4 ແຂວງພາກເໜືອ ກອງປະຊຸມພົບປະທາງໄກ ລະຫວ່າງ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ປະທານແນວລາວສ້າງຊາດ 4 ແຂວງພາກເໜືອ: ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ; ສໍາລັບແຂວງບໍ່ແກ້ວ ສູນດາວັນ ບົວລິວົງ, ທ່ານ ຄໍາດີ ສີປະເສີດ ເຂົ້າຮ່ວມ, ມີປະທານ-ຮອງປະທານແນວລາວສ້າງຊາດ 4 ແຂວງ, ບັນດາທ່ານຫົວໜ້າກົມ, ຫ້ອງການ, ສູນຝຶກອົບຮົມ ສນຊ ແລະ ຂະແໜງການ ຕ່າງໆ ຂອງແນວລາວສ້າງຊາດ 4 ແຂວງດັ່ງກ່າວ ເຂົ້າຮ່ວມ ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2021 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ); ປະທານແນວລາວສ້າງຊາດ 4 ແຂວງພາກເໜືອ ໄດ້ຜ່ານບົດລາຍງານຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດຂອງຕົນໃນໄລຍະ 6 ເດືອນຕົ້ນປີ 2021 ຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍຫຍໍ້ ຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີຈຳນວນໜຶ່ງ. ພ້ອມກັນນັ້ນ, ບັນດາຫົວໜ້າກົມ, ຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ປະກອບຄຳຄິດຄຳເຫັນເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານແຕ່ລະດ້ານເຊິ່ງກັນ ແລ...