ເຈົ້າເມືອງໆຫ້ວຍຊາຍ ໄດ້ລົງຊູກຍູ້ ຕິດຕາມ ວຽກງານການສະກັດກັ້ນ
ການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ບ້ານດ່ານຖິ່ນ ແລະ ບ້ານຄົກຫຼວງ
ໃນວັນທີ 20 ສິງຫານີ້, ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍ ວຽກງານການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ກຸ່ມບ້ານ ດ່ານຖິ່ນ- ບ້ານ ຄົກຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີບັນດາຄະນະພັກຊີ້ນໍກຸ່ມ, ຄະນະພັກຮາກຖານ, ອຳນາດການປົກຄອງ, ບັນດາຄະນະສະເພາະກິດ, ອົງການທີ່ກຽວເຂົ້າຮ່ວມ.
ຈາກນັ້ນອຳນາດການປົກຄອງບ້ານໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດຂອງວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ຕາມຊາຍແດນ, ເປັນຕົ້ນແມ່ນການລັກລອບສິນຄ້ານອກພາສີ ແລະ ແຮງງານລາວທີລັກຂ້າມທີບໍ່ຖຶກຕ້ອງ, ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມຊາຍແດນໃຫ້ຫຼຸດນ້ອຍຖ້ອຍລົງ, ຜ່ານມາຄະນະພັກອໍານາດການປົກຄອງບ້ານແຕ່ລະຂັ້ນໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນຕົ້ນແມ່ນການໂຄສະນາຜ່ານລະບົບໂທລະໂຄ່ງຂອງບ້ານໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາມາດຕະການຕ່າງຂອງຂັ້ນເທີງວາງອອກ, ຖືເອົາການປ້ອງກັນເວນຍາມຢ່າງເຂັ້ມງວດ.
ໂອກາດນີ້, ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງໆຫ້ວຍຊາຍ, ໄດ້ມີຄໍາເຫັນຮຽນຮ້ອງໃຫ້ຄະນະພັກ, ອໍານາດການປົກຄອງບ້ານຈົ່ງພ້ອມກັນຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພໍ່ແມ່ປະຊາຊົນຢ່າງເປັນປົກກະຕິ ເປັນຕົ້າແມ່ນວຽກງານຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່ໃນປະເທດເຮົາ ແລະ ຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການປ້ອງກັນເວນຍາມໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ -19, ພ້ອມກັນປະຕິບັດບັນດາມາດຕະການຂອງສູນກາງ ແລະ ຂອງແຂວງຢ່າງເຂັ້ມງວດ ໂດຍສະເພາະແມ່ນຄໍາສັ່ງເລກທີ 15/ນຍ.
ความคิดเห็น
แสดงความคิดเห็น